ຮ້ານອາຫານ ໂຊກພັນຄຳ
ຮ້ານອາຫານ ໂຊກພັນຄຳ
ລີ້ມລົດລົດຊາດອາຫານລາວພື້ນເມືອງ ແລະ ອາຫານສາກົນ ທີ່ປຸງສົດໃໝ່ທຸກມື້ ຈາກວັດຖຸດິບຄັດສັນຢ່າງດີ. ເມນູຂອງເຮົາມີທັງອາຫານພື້ນເມືອງຫຼວງພະບາງ ເຊັ່ນ ເອາະຫຼາມ, ໄສ້ອົ່ວ ແລະ ຕຳໝາກຫຸ່ງ ໄປຈົນເຖິງອາຫານຕາເວັນຕົກ ແລະ ອາຫານຈີນ ທີ່ຖືກປາກທຸກຄົນ.
ບັນຍາກາດອົບອຸ່ນ ສະອາດ ແລະ ເປັນກັນເອງ ເໝາະສຳລັບຮັບປະທານອາຫານກັບຄອບຄົວ, ໝູ່ເພື່ອນ ຫຼື ເລີ້ຍງຮັບແຂກ. ພ້ອມຮັບຈັດລ້ຽງ ແລະ ງານສັງສັນຕາມຄຳສັ່ງ.
ເວລາເປີດ: 14:00- 22:00
ອາຫານເຊົ້າ
ເລີ່ມຕົ້ນມື້ໃໝ່ຢ່າງສົດຊື່ນ ດ້ວຍອາຫານເຊົ້າທີ່ກຽມໄວ້ໃຫ້ທ່ານທຸກເຊົ້າ. ເລືອກໄດ້ທັງອາຫານລາວ ເຊັ່ນ ເຝີ, ເຂົ້າປຽກ ແລະ ເຂົ້າຈີ່ປາເຕ ຫຼື ອາຫານເຊົ້າແບບຕາເວັນຕົກ ເຊັ່ນ ໄຂ່ດາວ, ເຂົ້າຈີ່ປີ້ງ ແລະ ໝາກໄມ້ສົດ, ພ້ອມກາເຟລາວ ແລະ ຊາຮ້ອນ.
ເຕີມພະລັງໃຫ້ເຕັມທີ່ ກ່ອນອອກໄປທ່ຽວຊົມເມືອງຫຼວງພະບາງ ຫຼື ເລີ່ມວຽກງານໃນມື້ນັ້ນ.
ເວລາເປີດ: 6:00-10:00