ຍິນດີຕ້ອນຮັບສູ່
Sokphankham Hotel
ບ້ານຫຼັງທີສອງ ໃນເມືອງມໍລະດົກໂລກຫຼວງພະບາງ
Sokphankham Hotel
ຍິນດີຕ້ອນຮັບສູ່ໂຮງແຮມ ໂຊກພັນຄຳ
ໂຮງແຮມ ໂຊກພັນຄຳ ຕັ້ງຢູ່ບ້ານ ນາສຳພັນ ນະຄອນຫຼວງພະບາງ ເມືອງມໍລະດົກໂລກທີ່ງົດງາມ ແລະ ສະຫງົບ. ຈາກໂຮງແຮມ ທ່ານສາມາດເດີນທາງໄປທ່ຽວ ວັດວາອາຣາມ, ພູສີ, ຕະຫຼາດມືດ ແລະ ແຄມຂອງ ໄດ້ຢ່າງສະດວກ. ເຮົາຕັ້ງໃຈສ້າງບ່ອນພັກທີ່ອົບອຸ່ນຄືຢູ່ເຮືອນ ດ້ວຍຫ້ອງພັກທີ່ສະອາດ ກວ້າງຂວາງ ຕົກແຕ່ງຢ່າງລຽບງ່າຍ ປະສົມກັບກິ່ນອາຍວັດທະນະທຳລາວ.
ບໍ່ວ່າທ່ານຈະມາທ່ອງທ່ຽວ, ເຮັດທຸລະກິດ ຫຼື ພັກຜ່ອນກັບຄອບຄົວ, ເຮົາພ້ອມດູແລທ່ານດ້ວຍຮ້ານອາຫານ, ອາຫານເຊົ້າ, ຫ້ອງປະຊຸມ, Wi-Fi ຟຣີ ແລະ ບ່ອນຈອດລົດ. ພະນັກງານຂອງເຮົາພ້ອມໃຫ້ບໍລິການດ້ວຍຮອຍຍິ້ມ ເພື່ອໃຫ້ທຸກການພັກເຊົາຂອງທ່ານ ເປັນຄວາມປະທັບໃຈທີ່ບໍ່ລືມ.
ຫ້ອງພັກຂອງພວກເຮົາ
ຮ້ານອາຫານ ໂຊກພັນຄຳ
ລີ້ມລົດລົດຊາດອາຫານລາວພື້ນເມືອງ ແລະ ອາຫານສາກົນ ທີ່ປຸງສົດໃໝ່ທຸກມື້ ຈາກວັດຖຸດິບຄັດສັນຢ່າງດີ. ເມນູຂອງເຮົາມີທັງອາຫານພື້ນເມືອງຫຼວງພະບາງ ເຊັ່ນ ເອາະຫຼາມ, ໄສ້ອົ່ວ ແລະ ຕຳໝາກຫຸ່ງ ໄປຈົນເຖິງອາຫານຕາເວັນຕົກ ແລະ ອາຫານຈີນ ທີ່ຖືກປາກທຸກຄົນ.
ບັນຍາກາດອົບອຸ່ນ ສະອາດ ແລະ ເປັນກັນເອງ ເໝາະສຳລັບຮັບປະທານອາຫານກັບຄອບຄົວ, ໝູ່ເພື່ອນ ຫຼື ເລີ້ຍງຮັບແຂກ. ພ້ອມຮັບຈັດລ້ຽງ ແລະ ງານສັງສັນຕາມຄຳສັ່ງ.
ເວລາເປີດ: 14:00- 22:00
ເບິ່ງເພີ່ມ →
ອາຫານເຊົ້າ
ເລີ່ມຕົ້ນມື້ໃໝ່ຢ່າງສົດຊື່ນ ດ້ວຍອາຫານເຊົ້າທີ່ກຽມໄວ້ໃຫ້ທ່ານທຸກເຊົ້າ. ເລືອກໄດ້ທັງອາຫານລາວ ເຊັ່ນ ເຝີ, ເຂົ້າປຽກ ແລະ ເຂົ້າຈີ່ປາເຕ ຫຼື ອາຫານເຊົ້າແບບຕາເວັນຕົກ ເຊັ່ນ ໄຂ່ດາວ, ເຂົ້າຈີ່ປີ້ງ ແລະ ໝາກໄມ້ສົດ, ພ້ອມກາເຟລາວ ແລະ ຊາຮ້ອນ.
ເຕີມພະລັງໃຫ້ເຕັມທີ່ ກ່ອນອອກໄປທ່ຽວຊົມເມືອງຫຼວງພະບາງ ຫຼື ເລີ່ມວຽກງານໃນມື້ນັ້ນ.
ເວລາເປີດ: 6:00-10:00
ເບິ່ງເພີ່ມ →
ຫ້ອງປະຊຸມ ແລະ ສຳມະນາ
ຫ້ອງປະຊຸມທີ່ກວ້າງຂວາງ ແລະ ທັນສະໄໝ ເໝາະສຳລັບການປະຊຸມ, ສຳມະນາ, ຝຶກອົບຮົມ ແລະ ງານລ້ຽງຂອງອົງກອນ. ຫ້ອງປະຊຸມມີແອເຢັນ, ໂປເຈັກເຕີ ແລະ ຈໍສະແດງຜົນ, ລະບົບສຽງ ແລະ ໄມໂຄຣໂຟນ ພ້ອມ Wi-Fi ຄວາມໄວສູງ.
ຈັດຮູບແບບໂຕະໄດ້ຕາມຄວາມຕ້ອງການ ເຊັ່ນ ແບບຫ້ອງຮຽນ, ແບບໂຕະ U ຫຼື ແບບໂຕະປະຊຸມ. ພ້ອມບໍລິການອາຫານວ່າງ, ກາເຟເບຣກ ແລະ ອາຫານທ່ຽງ ສຳລັບຜູ້ເຂົ້າຮ່ວມ. ຕິດຕໍ່ພວກເຮົາເພື່ອຂໍໃບສະເໜີລາຄາ.
ເວລາເປີດ: 8:00-18:00
ຮອງຮັບ 60-80 ຄົນ ຄົນ
ເບິ່ງເພີ່ມ →ສິ່ງອຳນວຍຄວາມສະດວກ
ບ່ອນຈອດລົດ
Wi-Fi ຟຣີ
ແອເຢັນ
ໂທລະທັດ
ນ້ຳອຸ່ນ
ຮ້ານອາຫານ
ຫ້ອງປະຊຸມ
ອາຫານເຊົ້າ
ທີ່ຕັ້ງ ແລະ ການຕິດຕໍ່
-
ທີ່ຢູ່ບ້ານ ນາສຳພັນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ສປປ ລາວ
-
ເບີໂທ+856 20 99 886 661